17/06/2025
ມາລະໃດ
💉ເຖິງແມ່ນວ່າໃນປັດຈຸບັນ ຕົວເລືອກໃນການຄຸມກຳເນີດຍັງຄົງເນັ້ນໄປທີ່ຜູ້ຍິງ ບໍ່ວ່າຈະເປັນຢາຄຸມ, ຫ່ວງອະນາໄມ (IUD), ຫຼື ຢາຄຸມແບບຝັງ. ແຕ່ Contraline ບໍລິສັດ Biotech ຈາກສະຫະລັດອາເມຣິກາ ກຳລັງປ່ຽນແປງແນວຄິດນີ້ດ້ວຍ "ADAM" ຢາຄຸມກຳເນີດສຳລັບຜູ້ຊາຍທີ່ບໍ່ໃຊ້ຮໍໂມນ,ສັກຄັ້ງດຽວ ຢູ່ໄດ້ດົນເຖິງ 2 ປີ ແລະ ສາມາດກັບສູ່ພາວະປົກກະຕິໄດ້ ໂດຍພົບວ່າຍັງຄົງມີປະສິດທິພາບສູງ ເຖິງແມ່ນຜ່ານໄປ 24 ເດືອນໃນການທົດລອງທາງຄລີນິກໄລຍະທີ່ 1.
ADAM ແມ່ນໄຮໂດເຈນຊະນິດລະລາຍນ້ຳໄດ້ ເຊິ່ງຊີດເຂົ້າໄປໃນຫຼອດນຳອະສຸຈິ (Vasa Deferentia) ຂອງຜູ້ຊາຍ ເພື່ອປ້ອງກັນບໍ່ໃຫ້ອະສຸຈິຫຼຸດອອກມາຂະນະຫຼັ່ງ ໝາຍຄວາມວ່າເຈວຕົວນີ້ມັນຈະເຂົ້າໄປປ້ອງກັນການເຄື່ອນທີ່ຂອງອະສຸຈິ ແຕ່ບໍ່ລົບກວນການຫຼັ່ງ ຫຼື ເວົ້າງ່າຍໆກໍ່ຄື ເຮັດໜ້າທີ່ເປັນເກາະກັ້ນໃຫ້ອະສຸຈິບໍ່ສາມາດອອກມາໄດ້.
ຈາກການປະກາດລ່າສຸດຂອງບໍລິສັດ ພົບວ່າ ADAM ຍັງຄົງມີປະສິດທິພາບ ແລະ ຄວາມປອດໄພຕະຫຼອດໄລຍະເວລາ 24 ເດືອນໃນກຸ່ມຜູ້ທົດລອງຊຸດທຳອິດ ໂດຍຈະມີການເປີດເຜີຍຂໍ້ມູນເຊີງເລິກເພີ່ມເຕີມໃນການປະຊຸມຂອງ American Urological Association.
ໂດຍຂໍ້ມູນຈາກການທົດລອງພົບວ່າ ຜູ້ເຂົ້າຮ່ວມ 2 ກໍລະນີມີພາວະ "ບໍ່ມີອະສຸຈິໃນນ້ຳເຊື້ອ" (azoospermia) ຫຼັງຜ່ານໄປ 24 ເດືອນ ແລະ ໃນການອັບເດດກ່ອນໜ້ານີ້, ບໍລິສັດຍັງເຜີຍວ່າພາຍໃນ 30 ວັນທຳອິດຫຼັງຉສັກຢາ ຈຳນວນອະສຸຈິທີ່ເຄື່ອນໄຫວໄດ້ຫຼຸດລົງເຖິງ 99.8-100%
ແນວໃດກໍ່ຕາມ Jon Oatley ສາດສະດາຈານຈາກ Washington State University ເຕືອນວ່າຍັງບໍ່ມີຂໍ້ມູນສາທາລະນະທີ່ຢືນຢັນໄດ້ວ່າ ADAM ສາມາດກັບຄືນສູ່ສະພາບເດີມໄດ້ຈິງ ແລະ ຜົນກະທົບໄລຍະຍາວຈາກການອຸດຕັນທໍ່ນຳອະສຸຈິກໍ່ຍັງບໍ່ເປັນທີ່ແນ່ຊັດ. ສະນັ້ນ, ຫາກ ADAM ພິສູດໄດ້ວ່າສາມາດໃຊ້ງານໄດ້ຈິງຢ່າງປອດໄພ ແລະ ມີປະສິດທິພາບ ອາດຈະເປັນກ້າວສຳຄັນທີ່ເຮັດໃຫ້ເພີ່ມທາງເລືອກວິທີຄຸມກຳເນີດໄລຍະຍາວໄດ້ໃນອະນາຄົດ.
ທີ່ມາ:gizmodo