22/11/2023
📌📌ເປັນຫຍັງຜູ້ສູງອາຍຸຕ້ອງສັກວັກຊິນ?❓❓
---------------
ດັ່ງທີ່ເຮົາຮູ້ກັນດີຢູ່ແລ້ວວ່າ ການສັກວັກຊິນເປັນສິ່ງຈຳເປັນສຳລັບເດັກ ແຕ່ຮູ້ຫຼືບໍ່ວ່າ ຜູ້ສູງອາຍຸກໍ່ຈຳເປັນຕ້ອງໄດ້ຮັບການສັກວັກຊິນເຊັ່ນກັນ ເພາະເມື່ອອາຍຸເພີ່ມຫຼາຍຂຶ້ນ ຈະເຮັດໃຫ້ພູມຄຸ້ມກັນໜ້ອຍລົງ ແລະ ມີໂອກາດສ່ຽງຕໍ່ການຕິດເຊື້ອພະຍາດຕ່າງໆສູງ ແລະ ເກີດພາວະແຊກຊ້ອນໄດ້ງ່າຍ
---------------
ສິ່ງທີ່ເຮັດໃຫ້ສຸຂະພາບຂອງຜູ້ສູງອາຍຸແຂງແຮງກວ່າເກົ່າ ນອກຈາກການກິນອາຫານທີ່ມີປະໂຫຍດ, ອອກກຳລັງກາຍສະໝ່ຳສະເໝີແລ້ວ ການປ້ອງກັນພະຍາດທີ່ຈະເກີດຂຶ້ນກໍ່ຕ້ອງອາໄສການກິນຢາ ແລະ ການສັກວັກຊິນ ດັ່ງນັ້ນວັກຊິນຈຶ່ງປຽບສະເໝືອນຜູ້ປົກປ້ອງສຸຂະພາບ ແລະ ຮ່າງກາຍຂອງຜູ້ສູງອາຍຸໃຫ້ແຂງແຮງກວ່າເກົ່າ ເພື່ອໃຫ້ທ່ານມີອາຍຸຍືນຍາວ ສາມາດເຮັດກິດຈະກຳຮ່ວມກັບລູກຫຼານໄດ້ຢ່າງມີຄວາມສຸກ ສະນັ້ນ ຈຶ່ງຄວນພາທ່ານໄປກວດສຸຂະພາບເລື້ອຍໆ ແລະ ສັກວັກຊິນ ເພື່ອເສີມພູມຄຸ້ມກັນຂອງຮ່າງກາຍໃຫ້ແຂງແຮງຍິ່ງຂຶ້ນ.
---------------
ໂດຍວັກຊິນທີ່ຈຳເປັນສຳລັບຜູ້ສູງອາຍຸໄດ້ແກ່:
- ວັກຊິນປ້ອງກັນພະຍາດຄໍຕີບ, ໄອໄກ່
- ວັກຊິນປ້ອງກັນພະຍາດຕານເຕັ້ນ
- ວັກຊີນປ້ອງກັນພະຍາດປອດອັກເສບ
- ວັກຊິນປ້ອງກັນໄຂ້ຫວັດໃຫຍ່
- ວັກຊິນປ້ອງກັນພະຍາດຕັບອັກເສບ (ເອ ແລະ ບີ)
------------
ແຜນທີ່ ໂຮງໝໍ ນະຄອນຫຼວງແກຣນ:
https://goo.gl/maps/JPHyLA2VJdtLwVCe8
ຕິດຕໍ່ສອບຖາມເພີ່ມເຕີມໄດ້ທີ່:
ໂຮງໝໍນະຄອນຫຼວງແກຣນ ຕັ້ງຢູ່ ບ້ານໂພນຕ້ອງຈອມມະນີ, ຮ່ອມ 10, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
ໂທ: 030 928 8889
https://wa.me/+8562078858877
https://wa.me/+8562078858899
ອ້າງອີງຈາກ:
https://healthyelderly.md.chula.ac.th/articles/%E0%B8%A7%E0%B8%B1%E0%B8%84%E0%B8%8B%E0%B8%B5%E0%B8%99%E0%B9%83%E0%B8%99%E0%B8%9C%E0%B8%B9%E0%B9%89%E0%B8%AA%E0%B8%B9%E0%B8%87%E0%B8%A7%E0%B8%B1%E0%B8%A2-%E0%B8%89%E0%B8%B5%E0%B8%94%E0%B8%A7%E0%B8%B1/
https://www.sikarin.com/health/%E0%B8%9C%E0%B8%B9%E0%B9%89%E0%B8%AA%E0%B8%B9%E0%B8%87%E0%B8%AD%E0%B8%B2%E0%B8%A2%E0%B8%B8-%E0%B8%84%E0%B8%A7%E0%B8%A3%E0%B8%89%E0%B8%B5%E0%B8%94%E0%B8%A7%E0%B8%B1%E0%B8%84%E0%B8%8B%E0%B8%B5%E0%B8%99
https://www.paolohospital.com/th-TH/phahol/Article/Details/infographic/Elderly-vaccine