KDP ຂົນສົ່ງຈີນລາວ

  • Home
  • KDP ຂົນສົ່ງຈີນລາວ

KDP ຂົນສົ່ງຈີນລາວ ຂົນສົ່ງລາຄາຖືກ ພ້ອມສັ່ງເຄື່ອງຈາກທາ

ຕາມນີ້ເດີ້ລູກຄ້າ
06/01/2022

ຕາມນີ້ເດີ້ລູກຄ້າ

🔥 ບັນຫາການຂົນສົ່ງສິນຄ້າ ອອກໄປ ສປ ຈີນ ຜ່ານດ່ານສາກົນບໍ່ເຕ່ນ-ບໍ່ຫານ ຊຶ່ງມີລົດຂົນສົ່ງສິນຄ້າຕົກຄ້າງເປັນຈໍານວນຫຼວງຫຼາຍ ເຮັດໃຫ້ການສັນຈອນໄປ-ມາ ຕາມເສັ້ນທາງແຕ່ບ້ານນາເຕີຍ ມາຫາ ດ່ານພາສີສາກົນບໍ່ເຕ່ນ ມີຄວາມຫຍຸ້ງຍາກ ຊຶ່ງບັນຫາດັ່ງກ່າວມາຈາກ 4 ສາເຫດຫຼັກ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມດ້ວຍບັນດາຮອງລັດຖະມົນຕີ ຈາກກະຊວງກ່ຽວຂ້ອງ ແລະ ຄະນະ ໄດ້ລົງເກັບກໍາສະພາບຄວາມຫຍຸ້ງຍາກຂອງການສົ່ງອອກສິນຄ້າໄປ ສປ ຈີນ ຕົວຈິງ ທີ່ດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ໃນວັນທີ 26 ທັນວາຜ່ານມາ ໂດຍມີ ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນໍ້າທາ ພ້ອມຄະນະ ໃຫ້ການຕ້ອນຮັບ ແລະ ພ້ອມທັງນຳພາລົງເກັບກຳສະພາບການຕົວຈິງທີ່ຊ່ອງທາງຂົົນສົ່ງສະເພາະ (ເສັ້ນທາງໃໝ່), ດ່ານສາກົນບໍ່ເຕ່ນ (ຫຼັກໝາຍ 29), ສໍາຫຼວດສະພາບລົດຂົນສົ່ງສິນຄ້າຕິດຈົນຮອດສາງພັກສິນຄ້າຂອງບໍລິສັດ LICD ແລະ ສາງ LS.

ການລົງເກັບກຳສະພາບຕົວຈິງຄັ້ງນີ້, ຄະນະໄດ້ພ້ອມກັນສະຫຼຸບສັງລວມຂໍ້ຫຍຸ້ງຍາກ ຊຶ່ງທ່ານ ເຈົ້າແຂວງຫຼວງນໍ້າທາ ກໍໄດ້ລາຍງານວ່າ: ພາຍຫຼັງເກີດມີຈາກລະບາດຂອງພະຍາດໂຄວິດ-19 ທາງຝ່າຍຈີນໄດ້ເພີ່ມມາດຕະການເຂັ້ມງວດ ແລະ ມາເຖິງວັນທີ 4/10/2021 ກວດພົບໂຊເຟີລາວທີ່ມາຈາກຕ່າງແຂວງ ລໍຖ້າຂົນສົ່ງສິນຄ້າອອກໄປສປ.ຈີນ ຕິດເຊື້ອໂຄວິດ-19, ນັບແຕ່ວັນທີ 5/10/2021 ຝ່າຍຈີນໄດ້ປິດດ່ານສາກົນບໍ່ຫານ ເຮັດໃຫ້ລົດສິນຄ້າບໍ່ສາມາດເຂົ້າໄປເບື້ອງຈີນໄດ້. ຕໍ່ກັບສະພາບການດັ່ງກ່າວ ໃນໄລຍະຜ່ານມາ ຄະນະພັກ, ອົງການປົກຄອງແຂວງຫຼວງນໍ້າທາ ໄດ້ພະຍາຍາມ ປະສານພົວພັນນໍາຝ່າຍຈີນ ເພື່ອເຈລະຈາຕໍ່ລອງ ທັງຜ່ານກອງປະຊຸມລະຫວ່າງອົງການປົກຄອງແຂວງ ກັບ ສິບສອງພັນນາ ແລະ ຄະນະສະເພາະກິດຂັ້ນແຂວງ ກັບ ຄະນະສະເພາະກິດເມືອງລ້າ ສປ.ຈີນ ຫຼາຍຄັ້ງ ຈິ່ງໄດ້ຕົກລົງເປັນເອກະພາບກັນ ເປີດດ່ານຄືນໃໝ່ເປັນການທົດລອງ ຊຶ່ງເລີ່ມແຕ່ວັນທີ 15/11/2021 ເປັນຕົ້ນມາ ໂດຍເລັ່ງໃສ່ແກ້ໄຂສະເພາະ ລົດຂົນສົ່ງສິນຄ້າ ແຕ່ບໍ່ອະນຸຍາດໃຫ້ບຸກຄົນທົ່ວໄປເຂົ້າ-ອອກ ໄດ້ເທື່ອ (ຍົກເວັ້ນຄົນຈີນ ທີ່ຈະກັບຄືນປະເທດ ສະເລ່ຍ 100-150 ຄົນ/ມື້, ແຕ່ກ່ອນການສົ່ງອອກຕ້ອງໄດ້ຜ່ານການກັກກັນຢູ່ເຂດຢ່າງໜ້ອຍ 7 ວັນ ແລະ ກວດເຊື້ອພະຍາດ 4 ຄັ້ງ ຜົນອອກມາເປັນລົບ ຈິ່ງສາມາດເຂົ້າໄປປະເທດ ຈີນ ໄດ້).

ຮອດປັດຈຸບັນ, ແຕ່ລະມື້ມີລົດຂົນສົ່ງສິນຄ້າເຂົ້າໄປຈີນ ສະເລ່ຍ ພຽງແຕ່ 150 ຄັນ/ມື້ ແລະ ລົດເປົ່າອອກມາ 50 ຄັນ/ມື້, ແຕ່ລົດຂົນສົ່ງສິນຄ້າເຂົ້າມາລໍຖ້າເພື່ອຂົນສົ່ງສິນຄ້າອອກໄປ ສປ ຈີນ ປະມານ 350 ຄັນ/ມື້ ເຮັດໃຫ້ມີລົດຕົກຄ້າງເປັນຈໍານວນຫຼວງຫຼາຍ, ສົ່ງຜົນໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ ຍ້ອນຈໍານວນການສົ່ງອອກສິນຄ້າໄປ ສປ.ຈີນ ໃນແຕ່ລະວັນຈໍາກັດ, ແຕ່ບໍລິມາດສິນຄ້າຕ້ອງການສົ່ງອອກມີຫຼາຍ ຈິ່ງເຮັດໃຫ້ມີສິນຄ້າຕົກຄ້າງຈໍານວນຫຼວງຫຼາຍ. ຂະນະທີ່ໂຊເຟີລົດຊຸດຂາວເບື້ອງຈີນ ມີຈໍານວນຈໍາກັດ ມີພຽງແຕ່ປະມານ 80 ຄົນ; ຢູ່ຈຸດພັດປ່ຽນໂຊເຟີ ກ່ອນເຂົ້າໄປ ສປ ຈີນ ແມ່ນໃຊ້ເວລາສີດພົ່ນຢາຂ້າເຊື້ອດົນ ປະມານ 15-20 ນາທີ/ຄັ້ງ/ຄັນ ແລະ ຕ້ອງສີດຢາຂ້າເຊື້ອ 3 ຄັ້ງ/ຄັນ ຈິ່ງສາມາດປ່ອຍເຂົ້າໄປ ສປ ຈີນໄດ້; ນອກຈາກນີ້ ເວລາເຮັດວຽກຂອງຈີນ ມີຈຳກັດ ເປີດດ່ານແຕ່ 8 ໂມງເຊົ້າ ຫາ 16 ໂມງແລງ ມີບາງມື້ກໍປິດຮັບກ່ອນ 16:00 ໂມງ ຫຼື ສາງສິນຄ້າຢູ່ເບື້ອງຈີນ (ສາງນົກຍຸງ) ຖ້າສິນຄ້າລະບາຍອອກສາງບໍ່ທັນ, ສິນຄ້າເຕັມ ຈີນຈະປິດບໍ່ຮັບສິນຄ້າກະສິກໍາຈາກລາວເຂົ້າໃນມື້ນັ້ນທັນທີ. ອີກສາເຫດທີ່ສຳຄັນ ກໍຍ້ອນສິນຄ້າປະເພດເຂົ້າ, ຢາງພາລາ, ສາລີ ແລະ ໝາກເດືອຍ ໂກຕ້າການນຳເຂົ້າຢູ່ເບື້ອງ ສປ ຈີນ ແມ່ນຈະໝົດໃນວັນທີ 31/12/2021 ນີ້ ຈິ່ງເຮັດໃຫ້ສິນຄ້າຫຼັ່ງໄຫຼກັນມາເພື່ອລໍຖ້າສົ່ງອອກ.

ທ່ານເຈົ້າແຂວງຫຼວງນໍ້າທາ ກ່າວຕື່ມວ່າ: ເພື່ອແກ້ໄຂລົດຕົກຄ້າງທີ່ມີຢູ່ຕາມເສັ້ນທາງດັ່ງກ່າວ ກໍຄືເພື່ອແກ້ໄຂຄວາມແອອັດຕາມເສັ້ນທາງ ແລະ ເຮັດໃຫ້ການສັນຈອນໄປມາໄດ້ປົກກະຕິນັ້ນ, ໃນໄລຍະນີ້ທາງແຂວງ ກໍໄດ້ອອກແຈ້ງການ ໃຫ້ຜູ້ປະກອບການທົ່ວປະເທດ ໂຈະການສັນຈອນລົດບັນທຸກຂົນສົ່ງສິນຄ້າ ເຂົ້າມາເຂດບໍ່ເຕ່ນ ເປັນການຊົ່ວຄາວ ( ແຕ່ວັນທີ 19-26 ທັນວາ 2021 ແລະ ຈະໄດ້ຂໍສືບຕໍ່ແກ້ໄຂໃຫ້ໝົດ ຈິ່ງຈະອະນຸຍາດໃຫ້ລົດເຂົ້າມາໄດ້) ແລະ ນໍາໃຊ້ເຈົ້າໜ້າທີ່ຕໍາຫຼວດມາປະຈໍາການ ເພື່ອຈັດສັນ ແລະ ລະບາຍລົດໃນແຕ່ລະວັນ ເຮັດໃຫ້ສະພາບຄ່ອຍຜ່ອຍຄາຍລົງ ແລະ ໄປມາໄດ້ເປັນປົກກະຕິ.
ໂອກາດດຽວກັນ, ທ່ານ ຄຳແພງ ໄຊສົມແພງ ກໍໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຮີບຮ້ອນສືບຕໍ່ສົມທົບກັນ ເພື່ອຄົ້ນຄວ້າ ແລະ ແກ້ໄຂບັນຫາລົດຕິດ ໃຫ້ຫຼຸດລົງເທື່ອລະກ້າວ ແລະ ໃຫ້ໄປໃນລວງດຽວ ແລະ ຄຽງຄູ່ກັນ ຫຼາຍຂຶ້ນ ເນື່ອງຈາກໄລຍະນີ້ ເປັນໄລຍະທີ່ຊາວກະສິກອນເກັບກ່ຽວຜົນຜະລິດກະສິກໍາ, ຜູ້ປະກອບການຈຶ່ງເລັ່ງສົ່ງອອກສິນຄ້າກະສິກຳເຫຼົ່ານັ້ນຈຶ່ງເຮັດໃຫ້ສິນຄ້າສົ່ງອອກເປັນຈຳນວນຫຼວງຫຼາຍ.

(ຂ່າວ-ພາບ: ສຸກສະຫວັນ)
ໜັງສືພິມປະຊາຊົນ

26/11/2021

ລູກກຄ້າ ເຄື່ອງລົດວັນທີ່3 ຫັ້ນນະ ພາສີກັກ
ພາວະນາຊ່ວຍກັນເນາະ
😂😂😂😂

26/08/2021

ແຈ້ງການລູກຄ້າຂົ່ນສົ່ງຈະມາຮອດຊ້າເນື່ອງຈາກມີການກວດຢ່າງເຂັ້ມງວດເພາະການແຜ່ລະບາດຂອງ
ພະຍາດໂຄວິດ
ສອບຖາມລາຍລະອຽດ
020 56660222

ຂອງມາອີກແລ້ວ    #ຂົ່ນສົ່ງຈີນລາວ .
16/11/2020

ຂອງມາອີກແລ້ວ #ຂົ່ນສົ່ງຈີນລາວ .

ສະບາຍດີລູກຄ້າ ມີໃຜສັ່ງອ່າງອາບນໍ້າເດັກມາບໍ່ ແຕ່ບໍ່ໃສ່ຊື່ແລະເບີໂທ ສາມາດພົວພັນມາເອົາໄດ້ເດີ້ 56660222.
11/11/2020

ສະບາຍດີລູກຄ້າ ມີໃຜສັ່ງອ່າງອາບນໍ້າເດັກມາບໍ່ ແຕ່ບໍ່ໃສ່ຊື່ແລະເບີໂທ ສາມາດພົວພັນມາເອົາໄດ້ເດີ້ 56660222.

ຍັງເຂົ້າຕະຫຼອດ ❤️.
21/10/2020

ຍັງເຂົ້າຕະຫຼອດ ❤️.

📦📦📦📦🚛🚛🚛🚛🚛  #ໃຫ້ຄຳປຶກສາໃນການນຳເຂົ້າສິນຄ້າ  #ຈັດຊື້ທຸກຢ່າງລາຄາໂຮງງານ  #ເຄດີພີຂາຍທຸກຢ່າງ  #ຂອງໃຜແນ່ຖ້າຮັບຂໍ້ຄວາມເດີ້  #ກົດຟ...
12/10/2020

📦📦📦📦🚛🚛🚛🚛🚛 #ໃຫ້ຄຳປຶກສາໃນການນຳເຂົ້າສິນຄ້າ #ຈັດຊື້ທຸກຢ່າງລາຄາໂຮງງານ #ເຄດີພີຂາຍທຸກຢ່າງ #ຂອງໃຜແນ່ຖ້າຮັບຂໍ້ຄວາມເດີ້ #ກົດຟຣີບໍ່ມີຄ່າກົດ .

ລົດຮອບວັນທີ່ 29-30 ມາແລ້ວ.📦📦📦📦📦📦📢📢  #ໃຫ້ຄຳປຶກສາໃນການນຳເຂົ້າສິນຄ້າ  #ຈັດຊື້ທຸກຢ່າງລາຄາໂຮງງານ  #ເຄດີພີຂາຍທຸກຢ່າງ  #ຂອງໃຜແນ...
08/10/2020

ລົດຮອບວັນທີ່ 29-30 ມາແລ້ວ.
📦📦📦📦📦📦📢📢 #ໃຫ້ຄຳປຶກສາໃນການນຳເຂົ້າສິນຄ້າ #ຈັດຊື້ທຸກຢ່າງລາຄາໂຮງງານ #ເຄດີພີຂາຍທຸກຢ່າງ #ຂອງໃຜແນ່ຖ້າຮັບຂໍ້ຄວາມເດີ້ #ກົດຟຣີບໍ່ມີຄ່າກົດ #ຮ່ອມຂ້າງທະນາຄານເອຊີລີດ້າ #ເຄື່ອງທາວປາວຢົ້ວ

ເຂົ້າແລ້ວ ນ້ອຍໃຫ່ຍທະຍ່ອຍມາ 🇨🇳🇱🇦
05/10/2020

ເຂົ້າແລ້ວ ນ້ອຍໃຫ່ຍທະຍ່ອຍມາ 🇨🇳🇱🇦

Address


Website

Alerts

Be the first to know and let us send you an email when KDP ຂົນສົ່ງຈີນລາວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

  • Want your business to be the top-listed shop?

Share