21/05/2025
ທຣິບທ່ຽວມາເລເຊຍ 2025 4 ມື້ 3 ຄືນ ສະບັບພາພໍ່ແມ່ທ່ຽວ ແບບມີແຜນ ແຕ່ນອກ(ບາງ)ແຜນ🤣🤣 ກິນທ່ຽວໄປເລື້ອຍ.
✈️ ການເດີນທາງຄັ້ງນີ້ເລືອກບິນກັບ Air Asia Malaysia (AK) ຖ້ຽວບິນຕົງ VTE-KUL ບິນຊ່ວງເຊົ້າ ບໍ່ຕ້ອງຕໍ່ຍົນ
ວຽງຈັນ - ກົວລາລຳເປີ 3 ມື້ຕໍ່ອາທິດ ຄານ, ພະຫັດ, ເສົາ.
💵ສະກຸນເງິນ ຣິງກິດ (MYR) 1 MYR= ປະມານ 4,800 KIP ແລກ 100$ = 407 MYR (ຊ່ວງເດືອນ 4) ລີວິວທາງລຸ່ມບາງສ່ວນແມ່ນຈະໄລ່ເປັນເງິນກີບ ເພື່ອງ່າຍໃນການຄຳນວນ
🚙ສ່ວນໃຫຍ່ເດີນທາງແມ່ນຂີ່ Grab
• Backspace Street Art
• Jalan Alor
• Petronas Twin Tower
• Suria KLCC
• Batu caves
• Merdeka Square
• Central Market
• Petaling street Chinatown
• Dutch Square, Malacca
• Portuguese square, Malacca
💵ສະຫຼຸບຄ່າໃຊ້ຈ່າຍ 3 ຄົນ
✈️ປີ້ຍົນໄປ-ກັບ 595$
🏩ໂຮງແຮມບ່ອນທີ 1 ນອນຫ້ອງໃຫຍ່ນຳກັນ 150$ 2 ຄືນ
🏩ໂຮງແຮມບ່ອນທີ 2 ນອນຫ້ອງໃຫຍ່ນຳກັນ 30$ 1 ຄືນ
🚙🍛🏛️🛍️ລວມ ຄ່າອາຫານ, ຄ່າລົດ, ຄ່າເຂົ້າຕຶກແຝດ, ຂອງຝາກຂອງຕ້ອນ 600$
💵💵Total: 1,375$
ທຣິບນີ້ຍັງໄປແຕ່ລະສະຖານທີ່ບໍ່ຄົບ ໂດຍສະເພາະແມ່ນ KL Tower ຮອບຈອງເຕັມທຸກເວັບ ໜ້າເສຍດາຍສຸດດ ຕ້ອງກັບໄປຮອບ 2 ແນ່ນອນນ!!
#ທ່ຽວມາເລເຊຍ