ທີ່ປຶກສາການຕະຫຼາດ

Call Directions

ທີ່ປຶກສາການຕະຫຼາດ Contact information, map and directions, contact form, opening hours, services, ratings, photos, videos and announcements from ທີ່ປຶກສາການຕະຫຼາດ, Shopping & retail, vientiane, Vientiane.

03/03/2022
01/02/2022
18/01/2022
14/01/2022

✅8 ວິທີວິທີງ່າຍໆ ລົງທຶນກຳໄລລວຍ ດ້ວຍອະສັງຫາລິມະຊັບ
ການລົງທຶນ ອະສັງຫາລິມະຊັບບໍ່ວ່າຈະເປັນ ທີ່ດິນ ອາພາດເມັ້ນ ເຮືອນ ຫ້ອງແຖວ ອາຄານ ສຳນັກງານ ແລະ ອຶ່ນໆອີກຫລາຍຢ່າງນັບມື້ນັບມີການລົງທຶນທັງມືເກົ່າແລະມືໃຫມ່ເຂົ້າມາໃຫ້ຄວາມສົນໃຈກັນຫລາຍຂື້ນ ນັ້ນເປັນຍ້ອນການລົງທຶນອະສັງຫາລິມະຊັບສ້າງລາຍໄດ້ເປັນກອບເປັນກຳໃນຂະນະທີ່ໃຊ້ເງີນລົງທຶນພຽງໜ້ອຍດຽວ ຖ້າເຈົ້າຮູ້ວິທີ ແລະ ເທັກນິກໃນການລົງທຶນ
ການລົງທຶນອະສັງຫາລິມະຊັບ ນັ້ນຖ້າໄດ້ລົງເລິກ ມີ 108 ວິທີໃນການສ້າງລາຍໄດ້ໃຫ້ກັບເຮົາ ແຕ່ມື້ນີ້ຈະສະຫຼູບງ່າຍໆດ້ວຍ 8 ວິທີ:

#ການລົງທຶນແບບປ່ອຍໃຫ້ເຊົ່າເປັນລາຍເດຶອນ:ເປັນການວາງຊ່ອງທາງພື້ນຖານ ໃຜໆກໍມັກ ເພາະໄດ້ເປັນເສືອນອນກີນ ເລີ່ມຈາກການລົງແບບອະສັງຫາລິມະຊັບເຊັ່ນ: ເຮືອນໃຫ້ເຊົ່າ,ອາພາດເມັ້ນ,ຫ້ອງແຖວ.

#ການລົງທຶນແບບໃຫ້ເຊົ່າເປັນລາຍວັນ: ຄ່າເຊົ່າອະຫັງຫາລິມະຊັບປະເພດ ບ້ານ,ເຮືອນພັກ,ໂຮງແຮມ ຫ້ອງເຊົ່າ ມັກເກັບຄ່າເຊົ່າເປັນລາຍເດືອນ ແຕ່ກໍລະນີທີ່ທຳເລທີ່ມີຄົນຕ້ອງການເດີນທາງ ໝູນວຽງມາແວະພັກ ແລະ ນັກທ່ອງທ່ຽວບາງຄົນກໍຕ້ອງການແຕ່ພຽງຫຼັບນອນ ອຳນວຍຄວາມສະດວກສະບາຍ.

#ການລົງທຶນແບບເກນກຳໄລ:ນັບວ່າເປັນການລົງທຶນຂັ້ນເລີ່ມຕົ້ນຂອງນັກລົງທຶນແບບມືໃຫມ່ ພຽງແຕ່ຊື້ໃບຈອງແລ້ວກໍປ່ອຍຂາຍກໍໄດ້ກຳໄລແລ້ວ ຟັງເບີ່ງຄືງ່າຍ ແຕ່ໃນຄວາມເປັນຈີງການລົງທຶນເກນກຳໄລນີ້ກໍມີເທັກນິກທີ່ຄວນຮຽນຮູ້ບາງຢ່າງ ສີ່ງສຳຄັນທີ່ຈະສ້າງລາຍໄດ້ດວຍການເກນກຳໄລຄືຮູ້ທຳເລ.

#ການລົງທຶນແບບຊ້ອມແລ້ວຂາຍ:ເປັນໜື່ງວິທີສ້າງຄວາມລ້ຳລວຍໄດ້ຈາກອະສັງຫາລິມະຊັບ ຫຼາຍຄົນເຫັນຊ່ອງທາງໂດຍບໍຮູ້ໂຕພຽງແຕ່ຢາກຊື້ບ້ານຢູ່ເອງແລ້ວຕົກແຕ່ງໃຫ້ສວຍງາມ ຈາກນັ້ນກໍມີຄົນສະເໜີລາຄາຊື້ຕໍ່ ຊ້ຳນີ້ທ່ານກໍໄດ້ກຳໄລແລ້ວ.

#ການລົງທຶນແບບຈັບເສືອມືເປົ່າ:ຫຼືການເປັນນາຍຫນ້ານັ້ນເປັນການລົງທຶນທີ່ເປັນການເຊື່ອມໂຍງໂດຍການຫາຄົນຊື້ ແລະຄົນຂາຍທີີ່ມີຄວາມຕ້ອງການຕົງກັນໃຫ້ມາພົບກັນໂດຍຜ່ານໂຕເຮົາເອງພຽງເທົ່ານີ້ກໍສາມາດສ້າງລາຍໄດ້ອະສັງຫາລິມະຊັບໄດ້ແລ້ວ.

#ການລົງທຶນເປັນຜູ້ປະກອບການ:ຫລາຍຄົນທີ່ເລີ່ມຕົ້ນລົງທຶນໄດ້ລະດັບໜືງກໍພໍຮູ້ແນວທາງກໍຢາກຈະເປັນເຈົ້າຂອງໂຄງການເອງເລີຍເພາະຜົນຕອບແທນໄດ້ສູງກ່ວາ80-100% ຈື່ງບໍ່ແປກນັກລົງທຶນສ່ວຍໃຫຍ່ເລີ່ມຕົ້ນຈາກດິນຕອນນ້ອຍໆກ່ອນ ສ້າງຫ້ອງແຖວ4-6ຫ້ອງແລ້ວຂະຫຍັບຂະຫຍາຍ.

#ການລົງທຶນຮ່ວມກອງທຶນ:ເປັນອີກໜື່ງວິທີ່ເຮັດໃຫ້ເຮົາລວຍດ້ວຍອະສັງຫາລິມະຊັບ ໂດຍບໍ່ຕ້ອງປວດຫົວກັບຄົນ ກອງທືນ ຄືການຮ່ວມທຶນປະເພດໜື່ງ ໂດຍການລະດົມທຶນຈາກເຮົາ,ບຸກຄົນອຶ່ນຫຼືປະຊົນ ໂດຍການຂາຍໜ່ວຍລົງທຶນ ແລະ ນຳເງີນທຶນທີ່ໄດ້ໄປລົງທຶນກັບອະສັງຫາລິມິຊັບ ເຊັ່ນ:ເອົາທຶນໄປລົງທຶນກັບ ທີ່ພັກອາໄສ,ໂຮງແຮມ,ສູນການຫຼືສະໜາມບິນເປັນຕົ້ນຫລັງຈາກນັ້ນໄປບໍລິຈາກເພຶ່ອຈ່າຍຄ່າເຊົ່າ ຫຼັງຈາກຫຼັກຄ່າເຊົ່າ ກໍຈະນຳລາຍໄດ້ມາປັນຜົນໃຫ້ກັບຜູ້ລົງທຶນສະເລ່ຍ 6-10% ຂອງແຕ່ລະຮຸ້ນສ່ວນ.

#ການລົງທຶນກັບນັກລົງທຶນລາຍໃຫຍ່: ສຳລັບຄົນທີ່ມີປະສົບການໃນການລົງທຶນ ມີມະນຸດສຳພັນດີເກັ່ງໃນການເຈລະຈາ ເກັ່ງໃນການເຈລະຈາຕໍ່ລອງ ມີຫຼາຍຄໍເລັກຊັ່ນ ຮູ້ຈັກນັກລົງທຶນຫຼາຍ ເປັນຄົນມີເຄດີ ມີຄວາມຄິດສ້າງສັນແລະ ໄອເດຍດີ ມີແຜນການຕະຫຼາດສູງ ເອົາປະສົບການແລກເງີນໄດ້ໂດຍບໍ່ຕ້ອງລົງທຶນຈັກກີບ ກໍຖືເປັນໜືງວິທີໃຫ້ເຈົ້າລວຍແບບກ້າວກະໂດດ.

#ລິນດາອະສັງຫາລິມະຊັບ

30/12/2021
27/12/2021

👉ເບົາຫວານ (Diabetes) ເປັນພາວະທີ່ລະດັບນໍ້າຕານໃນເລືອດສູງຜິດປົກກະຕິຈາກການທີ່ຮ່າງກາຍບໍ່ສາມາດຈັດການກັບລະດັບນໍ້າຕານໃນເລືອດໃຫ້ຢູ່ໃນລະດັບປົກກະຕິທີ່ເໝາະສົມໄດ້.
- ການປັບການໃຊ້ຊີວິດປະຈໍາວັນໃຫ້ມີວິໄນທາງດ້ານສຸຂະພາບມີຄວາມສໍາຄັນຕໍ່ການຄວບຄຸມເບົາຫວານໄດ້ຢ່າງດີ.
- ການເກີດພະຍາດເບົາຫວານໃນເດັກນ້ອຍ ແລະ ໄວລຸ້ນມີແນວໂນ້ມທີ່ຈະມີຄວາມສ່ຽງຕໍ່ພະຍາດແຊກຊ້ອນໄດ້ຫຼາຍກວ່າພະຍາດເບົາຫວານໃນຜູ້ໃຫຍ່ ເນື່ອງຈາກສະພາວະດ້ານອາລົມ ແລະ ການຕັດສິນໃຈທີ່ມີໂອກາດສູງເຮັດໃຫ້ຂາດວິໄນໃນການຄວບຄຸມເບົາຫວານ.
- ການກວດສຸຂະພາບເພື່ອປະເມີນຄວາມສ່ຽງຕໍ່ພະຍາດເບົາຫວານ ເປັນອີກວິທີໜຶ່ງໃນການປ້ອງກັນພະຍາດ
- ເປັນຫັຍງເດັກນ້ອຍ ແລະ ໄວລຸ້ນກໍ່ສ່ຽງຕໍ່ເບົາຫວານ?
ເບົາຫວານ (Diabetes) ເປັນພາວະທີ່ລະດັບນໍ້າຕານໃນເລືອດສູງຜິດປົກກະຕິຈາກການທີ່ຮ່າງກາຍບໍ່ສາມາດລັ່ງສານອິນຊູລິນໃນປະລິມານທີ່ພຽງພໍເພື່ອມາຈັດການກັບລະດັບນໍ້າຕານ, ສານອິນຊູລິນທີ່ຮ່າງກາຍລັ່ງມານັ້ນມີປະສິດທິພາບບໍ່ດີພໍຕໍ່ການຄວບຄຸມລະດັບນໍ້າຕານໃນເລືອດ, ທີ່ຈະສົ່ງຜົນຕໍ່ຂະບວນການເຜົາຜານ ຫຼື ຂະບວນການປ່ຽນອາຫານ ແລະ ເຄື່ອງດື່ມທີ່ບໍລິໂພກເຂົ້າໄປໃຫ້ກາຍເປັນພະລັງງານໂດຍສະເພາະນໍ້າຕານ ໂດຍຖ້າລະດັບນໍ້າຕານໃນເລືອດບໍ່ສາມາດຖືກຄວບຄຸມໃຫ້ຢູ່ໃນລະດັບປົກກະຕິຈະສົ່ງຜົນກະທົບທີ່ສາມາດທໍາລາຍຫົວໃຈ, ເສັ້ນເລືອດ, ຫມາກໄຂ່ຫຼັງ ແລະ ລະບົບປະສາດ ນອກຈາກນີ້ອາດເຮັດໃຫ້ສູນເສຍການເບິ່ງເຫັນໃນໄລຍະຍາວໄດ້, ເບົາຫວານມີຫຼາຍຊະນິດສາມາດເກີດຂຶ້ນໄດ້ທຸກເພດ, ທຸກຊ່ວງອາຍຸ ໂດຍສະເພາະເບົາຫວານຊະນິດ 1 ແລະ 2 ທີ່ເດັກນ້ອຍ ແລະ ໄວລຸ້ນສະໄໝໃໝ່ມີແນວໂນ້ມທີ່ຈະເປັນຫຼາຍ ເພາະເກີດຈາກພຶດຕິກໍາໃນການໃຊ້ຊີວິດທີ່ປ່ຽນໄປເຊັ່ນ: ການກິນອາຫານ Fast Food ຫຼື ກິນອາຫານທີ່ຫວານຈັດ ເປັນອາຫານປະເພດແປ້ງໃນສັດສ່ວນທີ່ສູງ ມີແຄຄໍລີສູງຕໍ່ມື້ ການເກີດໂລກອ້ວນ, ຂາດການອອກກໍາລັງກາຍຢ່າງສະໝໍ່າສະເໝີ ແລະ ເກີດຈາກກໍາມະພັນເປັນຕົ້ນ.
🔰ສາເຫດຂອງພະຍາດເບົາຫວານຊະນິດທີ 1: ສາມາດເກີດຂຶ້ນໄດ້ທຸກເພດ ທຸກໄວອາຍຸ ແລະ ພົບໄດ້ຕະຫຼອດເບົາຫວານໃນເດັກນ້ອຍ ແລະ ໄວລຸ້ນສາເຫດເກີດຈາກ ລະບົບພູມຕ້ານທານຂອງຮ່າງກາຍທໍາລາຍເຊວທີ່ຜະລິດອິນຊູລິນໃນຕັບອ່ອນ ເມື່ອເກີດສະພາວະນີ້ຮ່າງກາຍຈະບໍ່ສາມາດເຜົາຜານ ແລະ ເອົານໍ້າຕານ (Glucose) ທີ່ຢູ່ພາຍໃນກະແສເລືອດໄປໃຊ້ເປັນພະລັງງານໄດ້ຢ່າງເໝາະສົມ ລວມເຖິງບໍ່ສາມາດຂັບອອກໄດ້ເປັນປົກກະຕິຈຶ່ງເຮັດໃຫ້ເກີດສະພາວະນໍ້າຕານໃນຮ່າງກາຍຫຼາຍເກີນໄປ.
🔰ສາເຫດຂອງພະຍາດເບົາຫວານຊະນິດທີ 2: ມີໂອກາດພົບໄດ້ໃນໄວລຸ້ນສາເຫດເກີດຈາກ ຕັບອ່ອນບໍ່ສາມາດສ້າງອິນຊູລິນໄດ້ພຽງພໍ ແລະ ເຊວບໍ່ສາມາດເອົານໍ້າຕານມາໃຊ້ໃນການສ້າງພະລັງງານໄດ້ດີ, ໃນໄວລຸ້ນທີ່ມີນໍ້າໜັກໂຕເກີນ ຫຼື ເປັນໂລກອ້ວນ ແລະ ມີປະຫັວດຄອບຄົວທີ່ເຄີຍເປັນເບົາຫວານຈຶ່ງສົ່ງຜົນໃຫ້ມີຄວາມສ່ຽງຫຼາຍຂຶ້ນ, ຈະມີຄວາມສ່ຽງຫຼາຍຂຶ້ນຕື່ມເມື່ອມີອາຍຸ 40 ປີຂຶ້ນໄປ.

ເບົາຫວານໃນເດັກແຕກຕ່າງຈາກເບົາຫວານໃນຜູ້ໃຫຍ່ແນວໃດ?
- ຖ້າເກີດເບົາຫວານໃນເດັກຈະເຮັດໃຫ້ມີໂອກາດເກີດພະຍາດແຊກຊ້ອນໄດ້ຫຼາຍກ່ອນເບົາຫວານໃນຜູ້ໃຫຍ່.
- ເນື່ອງຈາກເດັກນ້ອຍ ແລະ ໄວລຸ້ນເປັນຊ່ວງທີ່ມີການຈະເລີນເຕີບໃຫຍ່ ແລະ ການປ່ຽນແປງທາງດ້ານອາລົມ ແລະ ໃຊ້ຄວາມຮູ້ສຶກຫຼາຍກວ່າອາລົມໃນການຕັດສິນໃຈ ຈຶ່ງອາດສົ່ງຜົນຕໍ່ການຄວບຄຸມການຮັກສາ ຫຼື ຄວບຄຸມອາການຂອງພະຍາດໄດ້ບໍ່ດີເທົ່າກັບຜູ້ໃຫຍ່ຈຶ່ງຕ້ອງມີຜູຸ້ປົກຄອງ ຫຼື ຍາດພີ່ນ້ອງເບິ່ງແຍງຊ່ວຍ.
✅ອາການທີ່ສັງເກດໄດ້:
- ຖ່າຍເບົາຕະຫຼອດໂດຍສະເພາະເວລາກາງຄືນ
- ດື່ມນໍ້າຫຼາຍກວ່າປົກກະຕິ ຫຼື ຢາກນໍ້າຕະຫຼອດ
- ມີຄວາມຢາກອາຫານຢູ່ຕະຫຼອດ
- ການເບິ່ງເຫັນມົວບໍ່ຊັດເຈນ ຫຼື ເກີດພາບຊ້ອນ, ບາດແຜນານເຊົາ
- ລົມຫາຍໃຈມີກິ່ນຄ້າຍຄືໝາກໄມ້ຫວານ
- ຮູ້ສຶກເມື່ອຍ ແລະ ຫງຸດຫງິດງ່າຍ
- ນໍ້າໜັກຫຼຸດລົງທັງທີ່ກິນຫຼາຍ
- ການຕິດເຊື້ອທີ່ຜິວໜັງ ເປັນບາດແຜອັກເສບງ່າຍແຕ່ນານເຊົາ ໃນຜູ້ຍິງອາດຕິດເຊື້ອໃນຊ່ອງຄອດ.
👉ສາມາດປ້ອງກັນເບົາຫວານໃນເດັກນ້ອຍ ຫຼື ໄວລຸ້ນໄດ້ຫຼືບໍ່?
ຖ້າຈະຫາວິທີທີ່ປ້ອງກັນໄດ້ແບບເຕັມຮ້ອຍເປີເຊັນ ແມ່ນຍັງບໍ່ມີການລະບຸໄດ້ຈາກວົງການແພດ ໂດຍສະເພາະພະຍາດເບົາຫວານຊະນິດທີ 1 ແລະ ທີ່ມີສາເຫດມາຈາກກໍາມະພັນ, ແຕ່ມີຫຼັກຖານການວິໄຈວ່າ ຜຸ້ທີ່ເປັນເບົາຫວານຊະນິດທີ່ 2 ສາມາດດູແລ ແລະ ປ້ອງກັນຕົວເອງໃນເບື້ອງຕົ້ນໄດ້ຈາກການປັບໃຊ້ໃນຊີວິດປະຈໍາວັນໃຫ້ມີວິໄນຫຼາຍຂຶ້ນເຊັ່ນຖ້າມີພາວະນໍ້າໜັກເກີນຕ້ອງຫຼຸດນໍ້າໜັກເພື່ອຫຼຸດຄວາມສ່ຽງ, ເລືອກກິນອາຫານທີ່ມີປະໂຫຍດ, ຫຼີກລ້ຽງການກິນອາຫານລົດຫວານຈັດ, ລົດມັນ ແລະ ອອກກໍາລັງກາຍຢ່າງສະໝໍ່າສະເໝີ.
✅ສະຫຼຸບລວມແລ້ວ: “ການປ້ອງກັນຍ່ອມດີກວ່າການຮັກສາ” ໂດຍການປັບການໃຊ້ຊີວິດປະຈໍາວັນໃຫ້ມີວິໄນດ້ານສຸຂະພາບຫຼາຍຂຶ້ນເຊັ່ນວ່າ ຖ້າມີພາວະນໍ້າໜັກເກີນໃຫ້ຫຼຸດນໍ້າໜັກລົງເພື່ອຫຼຸດຄວາມສ່ຽງ, ໃຫ້ເລືອກກິນອາຫານທີ່ມີແຄລໍລີຕໍ່າ, ຫຼີກລ້ຽງການກິນອາຫານລົດຫວານ, ມັນ, ເລືອກກິນອາຫານຕາມຫຼັກໂພຊະນາການ, ຈັດການກັບຄວາມຄຽດໄດ້ຢ່າງເໝາະສົມ, ແລະ ອອກກໍາລັງຢ່າງສະໝໍ່າສະເໝີ ຖ້າທ່ານໃດສົງໄສ ຫຼື ຕ້ອງການຮູ້ວ່າລູກຫຼານຂອງທ່ານຈະສ່ຽງຕໍ່ພະຍາດເບົາຫວານ ຫຼືບໍ່ ແມ່ນຕ້ອງໄດ້ຮັບການກວດສຸຂະພາບເພື່ອປະເມີນຄວາມສ່ຽງຂອງພະຍາດນີ້ ແລະ ປ້ອງກັນໄດ້ທັນເວລາ.
#ຢາກໃຫ້ທຸກທ່ານມີສຸຂະພາບທີ່ແຂງແຮງ
ອ້າງອີງ:
https://www.pathlab.co.th/children-and-adolescents-diabetes/

Address

Vientiane
Vientiane

Telephone

+8562059667120

Website

Alerts

Be the first to know and let us send you an email when ທີ່ປຶກສາການຕະຫຼາດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share