01/09/2026
ໃນວັນທີ 28 ສິງຫາ ທີ່ຜ່ານມາ, ບໍລິສັດ ລາວເວີນ ຈຳກັດ ໄດ້ຈັດກິດຈະກຳ ແຂ່ງຂັນກິລາເຕະບານມິດຕະພາບ ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຄະນະຜູ້ບໍລິຫານ, ຄະນະນຳ ແລະ ພະນັກງານຈາກທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດກິດຈະກຳໃນຄັ້ງນີ້ ມີຈຸດປະສົງເພື່ອ ສ້າງສາຍພົວພັນອັນດີງາມ, ເສີມສ້າງຄວາມສາມັກຄີ ແລະ ເພີ່ມພູນຄວາມຮ່ວມມື ລະຫວ່າງ ບໍລິສັດ ລາວເວີນ ຈຳກັດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ 🤝
ໃນໂອກາດດຽວກັນ, ຄະນະຜູ້ບໍລິຫານຈາກ ບໍລິສັດ ລາວເວີນ ຈຳກັດ ແລະ ຄະນະນຳຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມກັນເປັນກຽດໃນການກ່າວເປີດກິດຈະກຳ ກ່ອນທີ່ພະນັກງານຈາກທັງສອງຝ່າຍຈະລົງສະໜາມ ແລະ ຮ່ວມກັນສ້າງບັນຍາກາດແຫ່ງມິດຕະພາບ, ຄວາມສາມັກຄີ ແລະ ຄວາມມ່ວນຊື່ນຕະຫຼອດການແຂ່ງຂັນ.
ພາຍຫຼັງຈາກສິ້ນສຸດການແຂ່ງຂັນ ໄດ້ມີພິທີ ມອບຖ້ວຍລາງວັນໃຫ້ແກ່ທີມທີ່ຊະນະ ພ້ອມທັງມອບຂອງຂວັນທີ່ລະນຶກໃຫ້ແກ່ຕາງໜ້າທັງສອງຝ່າຍ ເພື່ອເປັນທີ່ລະນຶກເຖິງກິດຈະກຳມິດຕະພາບໃນຄັ້ງນີ້.
ຈາກນັ້ນ ທັງສອງຝ່າຍຍັງໄດ້ຮ່ວມ ຮັບປະທານອາຫານສາມັກຄີ ໃນບັນຍາກາດອົບອຸ່ນ ແລະ ເປັນກັນເອງ ເຊິ່ງຖືເປັນອີກໜຶ່ງໂອກາດທີ່ດີໃນການສານຕໍ່ມິດຕະພາບ ແລະ ຄວາມຮ່ວມມືອັນດີລະຫວ່າງສອງຝ່າຍ.