29/12/2025
ໃຜຢາກເປັນອາສາ STELLA ຍົກມືຂຶ້ນ!
ສະເຕ່ວລ້າ ກຳລັງເປີດຮັບສະໝັກອາສາໄວໜຸມໃນໂຄງການ ‘LinYai’ (ຫຼິ້ນໃຫຍ່, ໃຫ້ເລື່ອງຫຼີ້ນເປັນເລື່ອງໃຫຍ່) ເປັນກິດຈະກຳທີ່ສົ່ງເສີມ ຜູ້ນຳໄວໜຸ່ມນຳເອົາວັດທະນະທຳການຫຼີ້ນ ກັບຄືນສູ່ຫ້ອງຮຽນ ແລະ ເດີ່ນໂຮງຮຽນໃນຍຸກສະໄໝໃໝ່. ພວກເຮົາຢາກນຳພາທຸກຄົນໃຫ້ຮູ້ຈັກການນຳໃຊ້ລະບົບດີຈີຕອນ ເພື່ອອະນຸລັກການຫຼິ້ນທີ່ເປັນທີ່ນິຍົມໃນໄວເດັກ, ພ້ອມທັງອອກແບບເກມໃໝ່ໆ ເພື່ອໃຫ້ເຂົ້າກັບສະພາດແວດລ້ອມການສຶກສາຂອງເດັກນ້ອຍໃນປັດຈຸບັນ.
ໂຄງການ "ຫຼິ້ນໃຫຍ່" ຈະຄັດເລືອກເອົາໄວໜຸ່ນຈຳນວນ 40 ຄົນທີ່ມີຄວາມຄິດສ້າງສັນເພື່ອເຮັດວຽກໃນ 2 ກິດຈະກຳຫຼັກນັ້ນກໍຄື:
Game Builder: ນັກສ້າງເກມໂດຍນຳໃຊ້ຄວາມຄິດສ້າງສັນ ເພື່ອສ້າງເກມໃໝ່ທີ່ແທດເໝາະກັບການຫຼີ້ນໃນຍຸກປະຈຸບັນ. ໂດຍຜ່ານການເຂົ້າຮ່ວມການຝຶກອົບຮົມ Gamification ແລະ ການອອກແບບເກມ, ເພື່ອຮຽນຮູ້ວິທີການອອກແບບເກມທີ່ດຶງດູດ ແລະ ມີຮາກຖານທາງດ້ານວັດທະນະທຳ ຈາກຜູ້ຊ່ຽວຊານໂດຍກົງ.
Story Teller: ນັກເລົ່າເລື່ອງລາວຂອງການຫຼີ້ນແບບລາວ ໂດຍອີງໃສທັກສະໃນການສ້າງຄອນເທັນ, ຜະລິດສື່ອອນລາຍ. ໂດຍການຝຶກອົບຮົມການສ້າງສື່ ແລະ ເລົ່າເລື່ອງ. ເພື່ອພັດທະນາທັກສະໃນການເກັບກຳຂໍ້ມູນ ແລະ ການຖ່າຍທອດເລື່ອງລາວທາງວັດທະນະທຳ. ລວມໄປເຖິງອົບຮົມທັກສະການໃຊ້ສື່ອອນລາຍ ເພື່ອຮຽນຮູ້ການສ້າງເນື້ອຫາອອນລາຍຢ່າງມີປະສິດທິພາບ ແລະ ການສ້າງການມີສ່ວນຮ່ວມກັບຜູ້ຊົມ.
(ສິ່ງທີ່ຈະໄດ້ຈາກກິດຈະກຳ)
ໄດ້ເຂົ້າການຮ່ວມຝຶກອົບຮົມການອອກແບບເກມ ແລະ ຮຽນຮູ້ຂະບວນການອອກແບບກິດຈະກຳໃຫ້ມີຄວາມໜ້າດຶງດູດ ຈາກຜູ້ຊ່ຽວຊານໂດຍກົງ
ໄດ້ທົດລອງສ້າງເກມ ແລະ ກິດຈະກຳການລະຫຼິ້ນ
ເຂົ້າຮ່ວມຝຶກອົບຮົມທັກສະດ້ານການສ້າງສື່ສັງຄົມອອນລາຍ ແລະ ການຖ່າຍທອດເລົ່າເລື່ອງລາວໃຫ້ມີຄວາມໜ້າສົນໃຈ
ໄດ້ຝຶກທັກສະການເຮັດວຽກເປັນທີມ ແລະ ທັກສະຊີວິດອື່ນໆ
ສົນໃຈລົງທະບຽນໄດ້ເລີຍ
https://forms.gle/GhHanfe2ThrCovyu5
ຕິດຕໍ່ ແລະ ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: 02055961518
#ຫຼິ້ນໃຫຍ່ #ໃຫ້ເລື່ອງຫຼິ້ນເປັນເລື່ອງໃຫຍ່