Lanxang ລ້ານຊ້າງ

Directions

Lanxang ລ້ານຊ້າງ ໂຊຊຽວມີເດຍ ແລະ ຊື້ຂາຍອອນລາຍແຫ່ງທຳອິດຂອງລາວ

20/07/2026

“ສ້າງແພລັດຟອມຄົນລາວ... ມັນບໍ່ແມ່ນເລື່ອງງ່າຍ”
ເປັນຫຍັງທີມງານ Startup ຄືພວກເຮົາ ຖິງກ້າລຸກຂຶ້ນມາທ້າທາຍກັບຍັກໃຫຍ່ໃນຕະຫຼາດ?

ແພລັດຟອມຕ່າງຊາດມີທຶນມະຫາສານ ພວກເຮົາຮູ້ດີວ່າຕົນເອງເປັນຄືກັບ "ປານ້ອຍທີ່ຕ້ອງສູ້ກັບປາໃຫຍ່" ທີມງານຕ້ອງເຮັດວຽກໜັກກວ່າຄົນອື່ນ ກໍເພາະວ່າ "ເຮົາເຂົ້າໃຈຄວາມຮູ້ສຶກຂອງຄົນລາວ ແລະ ຜູ້ປະກອບການບ້ານເຮົາດີທີ່ສຸດ"

ເຮົາຮູ້ວ່າທຸກມື້ນີ້ທຸກຄົນຕ້ອງສູ້ຊົນກັບຕົ້ນທຶນຊີວິດທີ່ສູງຂຶ້ນ ແລະ ຍິ່ງໄປກວ່ານັ້ນ ໃນໂລກອອນລາຍ ຄົນລາວແລະຜູ້ຄ້າຂາຍຕ້ອງຕົກເປັນພຽງ "ຜູ້ອາໄສ" ໃນແພລັດຟອມຂອງຄົນອື່ນ. ຫຼາຍຄັ້ງທີ່ຕ້ອງເຈີກັບຄ່າທຳນຽມ-ຄ່າ GP ທີ່ບໍ່ເປັນທຳ, ກະຕິກາທີ່ປ່ຽນໄປມາໂດຍບໍ່ບອກກ່າວ, ສິນຄ້າປອມທີ່ເຂົ້າມາທຳລາຍຕະຫຼາດ, ຫຼື ເວລາທີ່ລະບົບມີບັນຫາກໍບໍ່ສາມາດຕິດຕໍ່ລົມກັບຄົນຈິງໆໄດ້ເລີຍ

ນັ້ນຄືເຫດຜົນທີ່ພວກເຮົາທຸ້ມເທທັງກາຍແລະໃຈ ເພື່ອສ້າງ “Lanxang (ລ້ານຊ້າງ)” ຂຶ້ນມາ. ເຮົາບໍ່ໄດ້ຢາກສ້າງແຕ່ແອັບຊື້ຂາຍເຄື່ອງທົ່ວໄປ ແຕ່ເຮົາຢາກສ້າງ "ບ້ານຫຼັງໃໝ່" ແລະ "ລະບົບນິເວດເສດຖະກິດໃໝ່" ທີ່ໃຊ້ເທັກໂນໂລຢີເຂົ້າມາຊ່ວຍໃຫ້ຊີວິດງ່າຍຂຶ້ນ ໂດຍຍຶດໝັ້ນໃນອຸດົມການ "Fair First" (ຄວາມຍຸດຕິທຳຕ້ອງມາກ່ອນ)

ເພື່ອເປັນຄຳໝັ້ນສັນຍາ ແລະ ອຸດົມການທີ່ເຮົາຈະບໍ່ມີວັນທໍລະຍົດຕໍ່ຄົນລາວ ນີ້ຄື "ສັນຍາ 7 ຂໍ້" ທີ່ເປັນຫົວໃຈຂອງລ້ານຊ້າງ:
1. ເຮົາຈະບໍ່ເຕີບໂຕດ້ວຍການເອົາປຽບຜູ້ຄ້າ ແຕ່ເຮົາຈະເຕີບໂຕໄປດ້ວຍກັນຢ່າງຍືນຍົງ (Fair First)
2. ກະຕິກາຂອງເຮົາຕ້ອງຊັດເຈນ, ໂປ່ງໃສ, ແລະ ສາມາດອະທິບາຍໄດ້ຢ່າງກົງໄປກົງມາ.
3. ເຮົາຈະບໍ່ເຂົ້າຂ້າງໃຜ, ແຕ່ຈະຢືນຢູ່ຄຽງຂ້າງຄວາມເປັນທຳ ແລະ ຄວາມຖືກຕ້ອງສະເໝີ.
4. ຜູ້ຄ້າ ແລະ ລູກຄ້າ ຕ້ອງສາມາດຕິດຕໍ່ລົມກັບເຮົາທີ່ເປັນ "ມະນຸດຈິງໆ" ໄດ້, ບໍ່ແມ່ນຖືກຖິ້ມໃຫ້ລົມແຕ່ກັບບັອດ
5. ເຮົາຈະຈັດການກັບສິນຄ້າປອມຢ່າງຈິງຈັງ ເພື່ອປົກປ້ອງຜູ້ບໍລິໂພກ ແລະ ຄົນເຮັດມາຄ້າຂາຍທີ່ຊື່ສັດ
6. ເຮົາຈະຊ່ວຍໃຫ້ຜູ້ຄ້າສ້າງ "ແບຣນ" (Brand) ທີ່ເຂັ້ມແຂງ, ບໍ່ແມ່ນແຕ່ເນັ້ນສ້າງຍອດຂາຍພຽງຊົ່ວຄາວ
7. ເຮົາພ້ອມຈະຮັບຟັງ, ແກ້ໄຂ, ແລະ ກ້າຮັບຜິດຊອບໃນທຸກສິ່ງທີ່ເຮົາເຮັດຜິດພາດ

ທີມງານຂອງເຮົາອາດຈະຍັງນ້ອຍ ແລະ ຄວາມຝັນນີ້ມັນກໍໃຫຍ່ຫຼາຍ... ພວກເຮົາບໍ່ສາມາດຍ່າງໄປເຖິງຈຸດນັ້ນໄດ້ເລີຍ ຖ້າບໍ່ມີ "ພວກທ່ານ" ທຸກຄົນ

ພາລະກິດຂອງເຮົາມີພຽງຂໍ້ດຽວຄື:
"ສ້າງແພລັດຟອມຂອງຄົນລາວ, ໂດຍຄົນລາວ, ແລະ ເພື່ອຄົນລາວຢ່າງແທ້ຈິງ."
ມື້ນີ້ ບໍ່ວ່າທ່ານຈະເປັນຜູ້ຊື້, ຜູ້ຂາຍ, ນັກສ້າງຄອນເທັນ, ຫຼື ຄົນລາວທີ່ຢາກເຫັນບ້ານເຮົາກ້າວໄປຂ້າງໜ້າ ແລະ ມີລະບົບເສດຖະກິດທີ່ຍຸດຕິທຳ

ເຮົາຂໍເຊີນຊວນທຸກຄົນມາຈັບມື ແລະ ເຕີບໂຕໄປນຳກັນ🇱🇦

#ລາວເຮັດໄດ້ #ແພລັດຟອມຄົນລາວ #ລ້ານຊ້າງ #ຊັບພອດຄົນລາວ

ນັບຖອຍຫຼັງອີກ 1⃣0⃣ ມື້! ກຽມເປີດທົດລອງນຳໃຊ້ພ້ອມກັນ (Soft Opening)​ແພລັດຟອມ "Lanxang - ລ້ານຊ້າງ" ໃກ້ພ້ອມເປີດໃຫ້ດາວໂຫຼດເພື່...
15/07/2026

ນັບຖອຍຫຼັງອີກ 1⃣0⃣ ມື້! ກຽມເປີດທົດລອງນຳໃຊ້ພ້ອມກັນ (Soft Opening)

​ແພລັດຟອມ "Lanxang - ລ້ານຊ້າງ" ໃກ້ພ້ອມເປີດໃຫ້ດາວໂຫຼດເພື່ອທົດລອງນຳໃຊ້ແລ້ວ! ກຽມພົບກັບ Super App ທີ່ລວມເອົາ ໂຊຊຽວມີເດຍ ແລະ ຕະຫຼາດອອນລາຍ ມາໄວ້ໃນບ່ອນດຽວ ຕອບໂຈດຄົບທັງການແບ່ງປັນເລື່ອງລາວ ແລະ ການຊື້-ຂາຍສິນຄ້າ

​ພວກເຮົາຂໍເຊີນຊວນທຸກທ່ານມາຮ່ວມເປັນ "ຜູ້ໃຊ້ງານກຸ່ມທຳອິດ" ໂດຍທຸກຄຳຕິຊົມຂອງທ່ານຈະເປັນສຽງສະທ້ອນສຳຄັນທີ່ຊ່ວຍພວກເຮົາພັດທະນາແອັບໃຫ້ສົມບູນແບບຍິ່ງຂຶ້ນ ກ່ອນການເປີດຕົວເຕັມຮູບແບບ (Grand Opening). ກຽມໂທລະສັບຂອງທ່ານໃຫ້ພ້ອມ ແອັບຮອງຮັບທັງ iOS (App Store) ແລະ Android (Play Store)

ແລ້ວພົບກັນໃນອີກ 10 ມື້, ຂອບໃຈທຸກກຳລັງໃຈທີ່ມີໃຫ້ພວກເຮົາສະເໝີມາ 🇱🇦✨

​ #ລາວເຮັດໄດ້ #ລ້ານຊ້າງ #ໂຊຊຽວມີເດຍ #ຕະຫຼາດອອນລາຍ #ແອັບຂອງຄົນລາວ

🇱🇦 ພວກເຮົາຮວມກັນ ເພື່ອສ້າງແພລັດຟອມຂອງຄົນລາວ​"ເຮົາເຊື່ອວ່າ ຄົນລາວເຮັດໄດ້"— ທອມມີ່ (Lanxang)​"ພວກເຮົາບໍ່ໄດ້ກຳລັງສ້າງພຽງແຕ່...
15/07/2026

🇱🇦 ພວກເຮົາຮວມກັນ ເພື່ອສ້າງແພລັດຟອມຂອງຄົນລາວ

​"ເຮົາເຊື່ອວ່າ ຄົນລາວເຮັດໄດ້"
— ທອມມີ່ (Lanxang)
​"ພວກເຮົາບໍ່ໄດ້ກຳລັງສ້າງພຽງແຕ່ແອັບພລິເຄຊັນ, ແຕ່ພວກເຮົາກຳລັງສ້າງແພລັດຟອມທີ່ດີທີ່ສຸດເພື່ອຄົນລາວ"
— ບີມ (Weshop)

​ພວກເຮົາຍິນດີແຈ້ງໃຫ້ຊາບເຖິງການຮວມທີມລະຫວ່າງສອງຜູ້ພັດທະນາ Lanxang ແລະ Weshop ການຕັດສິນໃຈຄັ້ງນີ້ ເກີດຈາກຄວາມຕັ້ງໃຈດຽວກັນ ທີ່ຢາກເຫັນປະເທດລາວມີແພລັດຟອມດິຈິຕອນທີ່ຕອບໂຈດການນຳໃຊ້ຢ່າງແທ້ຈິງ.
​ພວກເຮົາໄດ້ລວບລວມເອົາຄວາມຊ່ຽວຊານ, ປະສົບການ ແລະ ເທັກໂນໂລຊີຂອງທັງສອງຝ່າຍ ມາຜະສານເຂົ້າກັນ ເພື່ອສ້າງ Super App ທີ່ລວມເອົາ ໂຊຊຽວມີເດຍ ແລະ ຕະຫຼາດອອນລາຍ ໄວ້ໃນບ່ອນດຽວ

​ແທນທີ່ຈະແຍກກັນເຮັດ, ພວກເຮົາເລືອກທີ່ຈະຮ່ວມກັນສ້າງ ເພື່ອມອບປະສົບການທີ່ດີທີ່ສຸດ, ສະຖຽນທີ່ສຸດ ແລະ ເຂົ້າໃຈຄົນລາວທີ່ສຸດ. ກຽມພົບກັບແພລັດຟອມໃໝ່ນີ້ ໄດ້ໃນໄວໆນີ້.
​ຝາກທຸກຄົນຕິດຕາມ ແລະ ເປັນກຳລັງໃຈໃຫ້ກັບຜົນງານຈາກຄວາມຕັ້ງໃຈຂອງພວກເຮົາແດ່ເດີ 🇱🇦✨

​📲 ກົດຕິດຕາມເພຈ "Lanxang - ລ້ານຊ້າງ" ເພື່ອອັບເດດຂ່າວສານກ່ອນໃຜ!

​ #ລາວເຮັດໄດ້ #ລ້ານຊ້າງ #ໂຊຊຽວມີເດຍ #ຕະຫຼາດອອນລາຍ #ແອັບຂອງຄົນລາວ

📱ກຽມພົບກັບ "Lanxang - ລ້ານຊ້າງ" ໂຊຊຽວມີເດຍ ແລະ ຕະຫຼາດອອນລາຍ ແຫ່ງທຳອິດຂອງລາວ​ຍົກລະດັບປະສົບການໃນໂລກອອນລາຍຂອງທ່ານໃຫ້ສະດວກສະ...
15/07/2026

📱ກຽມພົບກັບ "Lanxang - ລ້ານຊ້າງ" ໂຊຊຽວມີເດຍ ແລະ ຕະຫຼາດອອນລາຍ ແຫ່ງທຳອິດຂອງລາວ

​ຍົກລະດັບປະສົບການໃນໂລກອອນລາຍຂອງທ່ານໃຫ້ສະດວກສະບາຍ ແລະ ຄົບວົງຈອນຍິ່ງຂຶ້ນ. ບໍ່ວ່າທ່ານຈະເປັນຜູ້ຊື້ສິນຄ້າ, ນັກສ້າງຄອນເທນ (Content Creator) ຫຼື ຜູ້ປະກອບການ, ແພລັດຟອມຂອງພວກເຮົາພ້ອມຮອງຮັບທຸກຄວາມຕ້ອງການໃນທີ່ດຽວ

​📌 ຟັງຊັນຫຼັກທີ່ອອກແບບມາເພື່ອຕອບໂຈດຜູ້ໃຊ້ງານ:
🔹 ຊັອບປິ້ງອອນລາຍ: ເລືອກຊື້ສິນຄ້າຢ່າງຈຸໃຈ ດ້ວຍລະບົບທີ່ປອດໄພ ແລະ ໄດ້ມາດຕະຖານ
🔹 ໂຊຊຽວມີເດຍ: ແບ່ງປັນເລື່ອງລາວ, ອັບເດດເທຣນໃໝ່ໆ ແລະ ສ້າງຊຸມຊົນອອນລາຍຂອງທ່ານເອງ
🔹 Affiliate ປັກກະຕ່າ: ສ້າງລາຍໄດ້ເສີມຜ່ານຄ່າຄອມມິດຊັນ ຈາກການເຮັດຄອນເທນແນະນຳສິນຄ້າ
🔹 ປ່ອຍເຄື່ອງມືສອງ: ພື້ນທີ່ສຳລັບສົ່ງຕໍ່ສິນຄ້າ ຫຼື ຊອກຫາເຄື່ອງມືສອງສະພາບດີທີ່ເຊື່ອຖືໄດ້
🔹 ຮັບຫິ້ວເຄື່ອງຕ່າງປະເທດ: ບໍລິການສັ່ງຊື້ສິນຄ້າຂ້າມແດນ ຜ່ານລະບົບທີ່ສະດວກ ແລະ ປອດໄພ
​ແອັບພລິເຄຊັນທີ່ພັດທະນາຂຶ້ນເພື່ອຄົນລາວຢ່າງແທ້ຈິງ ພ້ອມເປີດໃຫ້ບໍລິການໃນໄວໆນີ້

​📲 ກົດຕິດຕາມເພຈ "Lanxang - ລ້ານຊ້າງ" ເພື່ອຮັບຂ່າວສານ ແລະ ບໍ່ພາດທຸກການອັບເດດສຳຄັນຈາກພວກເຮົາ

​ #ລາວເຮັດໄດ້ ​ #ລ້ານຊ້າງ #ໂຊຊຽວມີເດຍ #ຕະຫຼາດອອນລາຍ #ແອັບຂອງຄົນລາວ #ຊັອບປິ້ງອອນລາຍ #ສ້າງລາຍໄດ້ອອນລາຍ

24/03/2026

ລາຄາຈຶ້ງແຮງ🤍🥳

#ຂາຍອອນລາຍ #ນາຍຫນ້າປັກຕະກ້າ

22/03/2026

ສູດເດັດ ຜິວຂາວອໍລ້າແບບທຳທະຊາດ💚

20/03/2026

ແຂ້ວຂາວໃນ 20ນາທີ ບໍ່ເກີນຈິງ 🤍

19/03/2026

ຂາຕັ້ງກ້ອງ ລາຄາສຸດຖືກ ✨

17/03/2026

ໃຊ້ຕໍ່ເນື່ອງ = ຟັນຂາວ ຍິ້ມສວຍ ມັ່ນໃຈ 100% 💯

Address

Vientiane

Website

Alerts

Be the first to know and let us send you an email when Lanxang ລ້ານຊ້າງ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share