25/06/2026
🪷ພາຫວານໄຫວ້ແມ່ທໍລະນີ🪷ກ່ອນຕາເວັນຂຶ້ນ 4-5ໂມງເຊົ້າ🌸ເອີ້ນໂຊກເອີ້ນລາບ ຄ້າຂາຍລຳ້ລວຍ 💵💸💰
💎ລາຍການປະກອບມີ:
🔸ເຂົ້າຫນົມຫວານ
🔸ຫມາກໄມ້❗️ຫ້າມຂາດຫມາກກ້ວຍ❗️
❌ຫ້າມໃສ່ຫມາກກ້ຽງ,ກັບສີດຳ ເຂົ້າຫນຽວດຳ (ຫ້າມໃສ່ຂອງສີດຳ)
🔸ຄໍາຫມາກ8ຄໍາ
🔸ຢາສູບ8ກອກ
🔸ທຽນ8ເຫລັ້ມ
🔸ແຍກທູບ16ດອກ ແລະ 15ດອກ
🔸ນໍ້າແດງ1ຈອກ ນ້ຳລ້າ1ຈອກ
🔸ດອກໄມ້5ຄູ່+ທຽນຫ້າຄູ່(ແຕ່ງຂັນຫ້າ)
👉ແຕ່ງພາແລ້ວໆ ໃຫ້ເອົາໄປວາງຢູ່ຫນ້າບ້ານມູມໃດກະໄດ້ຂອງຫນ້າບ້ານເຮົາ
👉ໄຕ້ທຽນ8ດອກລຽນກັນ ຫນ້າພາຫວານ
👉ໄຕ້ກອກຢາ8ກອກລຽນກັນ
👉ຈາກນັ້ນໄຕ້ທູບ16ດອກນັ່ງນົບຢູ່ຫນ້າພາຫວານ
💢ແລ້ວນົບເຊີນເທວະດາມາເປີດທິດ ເປີດທາງໃຫ້ແນ່ເດີມື້ນີ້ຂ້ານ້ອຍໄດ້ແຕ່ງພາຫວານໃຫ້ແມ່ທໍ່ລະນີໃຫ້ເທວະດາມາຊ່ວຍເປີດທາງ ໃຫ້ນາກ4ຕະກູນມາຊ່ວຍເປີດທາງແນ່ເດີ🪷
💢ຫລັງຈາກນັ້ນເອົາທູບທີໄຕ້16ດອກ ໄປປັກໄວ້ທາງໃດກໍ່ໄດ້ຂອງຫນ້າບ້ານ ❌ບໍ່ໃຫ້ໃກ້ພາຫວານເດີສໍາຫລັບທູບ16ດອກ
🔺ແລ້ວກໍ່ມາໃຕ້ຕູບ15ດອກນົບຫນ້າພາຫວານຕໍ່ຮ້ອງໃສ່ວ່າ: ມື້ນີ້ຂ້ານ້ອຍໄດ້ເບີກພາຫວານໃຫ້ແມ່ທໍລະນີເດີ້ ໃຫ້ແມ່ທໍລະນີມາຮັບເອົາ ຖ້າຮັບແລ້ວ ຂໍໃຫ້ເປີດທິດເປີດທາງໃຫ້ຂ້ານ້ອຍຫາເງີນຫາຄໍາຂື້ນເກີນ ໃຫ້ມີກິນມີໃຊ້ ມີເງີນໄດ້ເຮັດບຸນເຮັດທານນໍາເດີ້ສາທຸ🙏🙏🙏👉💢ແນວໃດດີໆກະເວົ້າເອົາໂລດຂໍໂຊກຂໍລາບນໍາເພີ່ນ 💢
🔺ຈາກນັ້ນກໍ່ປັກທູບ15ດອກລົງ ຫນ້າພາຫວານໃກ້ກັບທຽນ8ດອກນັ້ນ
🔺ແລ້ວເອົາຢາສູບ8ກອກປັກລົງ ເອົາໄຟຕໍ່ຢາສູບພ້ອມເດີ້(ເອົາໄມ້ຈີ້ມແຂ້ວສຽບໃສ່ກົ້ນຢາສູບ ແລ້ວປັກລົງໃສ່ໂຖ )
🙏ຂໍໃຫ້ທຸກຄົນມີແຕ່ໂຊກລາບ ລ້ຳລວຍໆ ເຮັງໆ ປັ່ງໆ ຕະຫລອດປີ ແລະ ຕະຫລອດໄປ 🙏🙏🙏