09/07/2025
✨ ໃນຍຸກທີ່ໂລກການຕະຫຼາດໝູນໄປໄວ, ທີມຂອງທ່ານພ້ອມແລ້ວບໍ່ທີ່ຈະກ້າວໃຫ້ທັນ? CTC LAOS MARKETING 2025 ຂໍເຊີນຊວນ ຜູ້ປະກອບການ, ນັກການຕະຫຼາດ, ຜູ້ຂາຍອອນລາຍ, ແລະ ຜູ້ສ້າງຄອນເທັນ ມາອັບເດດວິທີຄິດ, ປ່ຽນມຸມມອງ ແລະ ປຸກພະລັງດ້ານການຕະຫຼາດ ເພື່ອສ້າງອະນາຄົດໃນແບບທີ່ທ່ານຕ້ອງການ.
ຄວາມທ້າທາຍໃນໂລກການຕະຫຼາດປັດຈຸບັນ:
📉 ເທຣນການຕະຫຼາດປ່ຽນແປງຕະຫຼອດເວລາ, ໃຜບໍ່ປັບຕົວຄົງຢູ່ລອດຍາກ.
💰 ການສ້າງຄອນເທັນແບບເກົ່າທີ່ເນັ້ນພຽງຍອດເຂົ້າເຖິງແມ່ນບໍ່ພຽງພໍ ແຕ່ຕ້ອງປ່ຽນເປັນ ຍອດຂາຍ ໄດ້.
🤖 AI ເຂົ້າມາມີບົດບາດສຳຄັນ, ເຮົາຕ້ອງຮຽນຮູ້ທີ່ຈະນຳມັນມາປັບໃຊ້ເປັນເຄື່ອງມືຊ່ວຍວາງ ກົນລະຍຸດ.
❤️ ພຶດຕິກຳຜູ້ບໍລິໂພກທີ່ປ່ຽນໄປ, ແບຣນຕ້ອງສ້າງຄວາມເຂົ້າໃຈ ແລະ ຄວາມຜູກພັນແບບຍືນຍົງ.
💡 ດ້ວຍຄວາມຕັ້ງໃຈທີ່ຈະຍົກລະດັບຊຸມຊົນການຕະຫຼາດຂອງລາວ, Crowne Plaza and Holiday Inn & Suites Vientiane ນຳສະເໜີ CTC LAOS MARKETING 2025 ຈຶ່ງຈັດງານສຳມະນາ + ເວີກຊັອບພາຍໃຕ້ຫົວຂໍ້ “CONTENT, STRATEGY, AI & TECH” ໃນວັນທີ 26-27 ກໍລະກົດ 2025 ທີ່ໂຮງແຮມ Holiday Inn & Suites Vientiane.
🗓️ ງານ 2 ມື້ເຕັມທີ່ ເຂັ້ມຂຸ້ນ ນີ້, ທ່ານຈະໄດ້ພົບກັບ Keynote Sessions ແລະ Workshops ຈາກ Speakers ຜູ້ຊ່ຽວຊານກວ່າ 8 ທ່ານ ຈາກລາວ ແລະ ໄທ, ທີ່ຈະມາແບ່ງປັນຄວາມຮູ້, ເທຣນໃໝ່ໆ, ແລະ ກົນລະຍຸດການຕະຫຼາດທີ່ໃຊ້ໄດ້ຈິງ. ຫົວຂໍ້ທີ່ຈະໄດ້ຮຽນຮູ້ປະກອບມີ: ພຶດຕິກຳລູກຄ້າ, Gen AI, Storytelling, Monetization, Business Model Canvas, ແລະ ກົນລະຍຸດການຕະຫຼາດສ້າງຍອດຂາຍ.
ຢ່າລໍຊ້າ! ມາອັບເດດ ແລະ ປຸກພະລັງດ້ານການຕະຫຼາດຂອງທ່ານຕອນນີ້ເລີຍ! 🔥
🎟️ ບັດ Early Bird ເລີ່ມຕົ້ນ 1,350,000 ກີບ (ຈາກລາຄາເຕັມ 1,690,000 ກີບ). ວິທີຊື້ເບິ່ງໃນຄອມເມັ້ນ. 🎁 ພິເສດ! ຮັບສ່ວນຫຼຸດ 15% ເມື່ອຊື້ເປັນກຸ່ມ ຫຼື ໃນນາມອົງກອນ 5 ບັດຂຶ້ນໄປ. ຕິດຕໍ່: 020-59992439 (ຈັນທະສອນ).
🤝 ສົນໃຈສະໜັບສະໜູນງານ: 020-77617518 (ມັງກອນເພັດ).
[ ສິ່ງທີ່ຈະໄດ້ຮຽນຮູ້ໃນງານ ]
🔮 ອັບເດດເທຣນການຕະຫຼາດ ແລະ ຄວາມທ້າທາຍໃນອະນາຄົດ: ເຈາະເລິກ Strategy, AI, MarTech, Advertising, Content Marketing, Social Media Marketing, ພຶດຕິກຳຜູ້ບໍລິໂພກ, ການຂາຍອອນລາຍ, ແລະ ກົນລະຍຸດສ້າງຍອດຂາຍ.
✍️ [Workshop] ເຈາະເລິກຄອນເທັນ: ການວາງແຜນແລະກົນລະຍຸດຄອນເທັນ, ປ່ຽນການເລົ່າເລື່ອງໃຫ້ເປັນລາຍຮັບ, ແລະ Business Model ສຳລັບຜູ້ສ້າງຄອນເທັນ.
💻 [Workshop] ຮູ້ທັນໂລກ AI ແລະ ການຕະຫຼາດອອນລາຍ: ໃຊ້ AI ເປັນຜູ້ຊ່ວຍວາງແຜນການຕະຫຼາດ ແລະ ເຂົ້າໃຈການຕະຫຼາດອອນລາຍເພື່ອຜົນລັບສູງສຸດ.
🗣️ Business Networking: ໂອກາດຖາມ-ຕອບໃກ້ຊິດກັບ Speakers ແລະ ແລກປ່ຽນປະສົບການພ້ອມເຄື່ອງດື່ມພິເສດ.
ເປີດຕົວ Speakers ຜູ້ຊ່ຽວຊານ :
1️⃣ ທ່ານ ສິດທິພົງ ສິຣິມາດກະເສມ: CEO & ຜູ້ກໍ່ຕັ້ງ RGB72 ແລະ CREATIVE TALK (ໄທ).
️⃣2️⃣ ທ່ານ ວຸດທິພົງ ລິຂິດຊີວັນ: ຫຼື ຮູ້ຈັກກັນໃນຊື່ ຕີ໋ໂອ ຈາກ ArTee Review ແລະ CEO ຂອງ VEGA Creator (Thailand) ເຈົ້າຂອງສະຖິຕິ ໄລຟ໌ຂາຍເຄື່ອງ TikTok 22 ລ້ານບາດ ໃນ Shopee 1 ນາທີ 1 ລ້ານບາດ, ເປັນທັງນັກຂາຍ-ນັກທຸລະກິດ.
3️⃣ ທ່ານ ນະຣົງຍົດ ມະຫິທິວານິດຊາ: Co-founder & Head of Growth, TWF Agency (ໄທ), ຜູ້ຊ່ຽວຊານດ້ານ Digital Marketing ແລະ Gen AI.
4️⃣ ທ່ານ ສິດທິນັນ ພົນວິສຸດສັກ: Owner & CEO of Content Shifu (ໄທ), ແຫຼ່ງຄວາມຮູ້ Digital Marketing ຊັ້ນນຳ.
5️⃣ ທ່ານ ນາງ ສະຫວີວັນ ຄົງໂຊກສະໄໝ: Managing Director at RGB72 and CREATIVE TALK (ໄທ).
6️⃣ ທ່ານ ນາງ ຊະຢານິດ ຈຳປີຣັດ: ບັນນາທິການ CREATIVE TALK, ຜູ້ກໍ່ຕັ້ງ Future Trends, ຊ່ຽວຊານດ້ານການສ້າງເນື້ອຫາ.
7️⃣ ທ່ານ ສຸພານິດ ວົງແສງທອງ: ນັກສື່ສານການຕະຫຼາດມືອາຊີບ, ຜູ້ນຳທີມຍຸດທະສາດການຕະຫຼາດໃນລາວ.
8️⃣ ທ່ານ ນາງ ບຸນຮູ້ ອາລຸນວົງ: Founder & CEO of Merbiz Consulting Sole Co., Ltd., ຜູ້ຊ່ຽວຊານ Personal Branding.
9️⃣ ທ່ານ ນາງ ພັດຊະລິນ ພານຸວົງ: Cluster Director of Sales Department, Crowne Plaza Vientiane and Holiday Inn & Suites Vientiane
🔟 ທ່ານ ມັງກອນເພັດ ໄຊຍະສານ: CEO of Muan, Co-Founder, Chief Creative Officer of BIZGITAL/LOCA, ຜູ້ດຳເນີນລາຍການ ແລະ ແບ່ງປັນປະສົບການ Digital Marketing.
📍 ປັກໝຸດວັນໃຫ້ພ້ອມ, ຊື້ບັດແລ້ວມາພົບກັນ! 🎉 ທີ່ງານ CTC LAOS MARKETING 2025 ວັນເສົາ ທີ 26 ກໍລະກົດ - ວັນອາທິດທີ 27 ກໍລະກົດ 2025 ທີ່ ໂຮງແຮມ Holiday Inn & Suites Vientiane