08/02/2026
ຖ້າກ່ຽວກັບມ້າມຄືອັນຕະລາຍແຮງ ລາວ-ຫວຽດຜ່າໄດ້ຖືວ່າເກັ່ງ🥰
ເຄສຜ່າຕັດມ້າມ (Total Splenectomy)📌
ນ້ອງ ກີ້ ເຂົ້າມາກວດນຳພວກເຮົາຫຼັງຈາກມີບາດແຜຜ່າຕັດເຮັດໝັນຈາກບ່ອນອື່ນມາ "ບໍ່ແຫ້ງ" ແລະ ມີນ້ຳຊຶມອອກຈາກບາດແຜຢ່າງຕໍ່ເນື່ອງ. ຈາກການ Ultrasound ພົບຂອງແຫຼວ ໃນຊ່ອງທ້ອງ ແລະ ມ້າມມີລັກສະນະໃຫຍ່ຜິດປົກກະຕິ ໝໍຈື່ງແນະນຳໃຫ້ຜ່າຕັດທັນທີ✌🏻
ລະຫວ່າງການຜ່າຕັດ ພົບການເກີດພັງຜືດ (Adhesion) ຜິດປົກກະຕິພາຍໃນຊ່ອງທ້ອງ ພ້ອມທັງພົບວ່າມ້າມມີການເສື່ອມຂອງເນື້ອເຍື່ອ ແລະ ສູນເສຍປະສິດທິພາບໃນການເຮັດວຽກ
ຈາກການປະເມີນຂອງສັດຕະວະແພດ ມ້າມທີ່ເສື່ອມສະພາບນີ້ແລະມີຂະໜາດໃຫ່ຍຜິດປົກກະຕິອາດເຮັດໃຫ້ຂະຫຍາຍດັນຊ່ອງທ້ອງແລະເອີກໃນອະນາຄົດ ຈຶ່ງຈຳເປັນຕ້ອງຜ່າຕັດນຳມ້າມອອກທັງໝົດ (Total Splenectomy) ເພື່ອຄວາມປອດໄພ ແລະ ຫຼຸດຄວາມສ່ຽງຕໍ່ພາວະແຊກຊ້ອນໃນອະນາຄົດ.
ປັດຈຸບັນ ການຜ່າຕັດສຳເລັດດ້ວຍດີ ແລະ ນ້ອງກຳລັງຟື້ນໂຕໄດ້ດີຫຼາຍບໍ່ພົບຄວາມຜິດປົກກະຕິ ບໍ່ພົບການຕິດເຊື້ອ ຫຼື ພາວະແຊກຊ້ອນໝໍຈື່ງອະນຸຍາດໃຫ້ນ້ອງກັບເມືອຕິດຕາມອາການຕໍ່ຢູ່ບ້ານໄດ້🐶✅
ພວກເຮົາຮັບເຄສຜ່າຕັດຄົບວົງຈອນ 💚🙏🏻
📍 Lao-Viet Vet Clinic
https://maps.app.goo.gl/K49hQCDgzPuxK5xr8?g_st=ic
📞 020 5557 4329
📞 020 5888 4429
📍 ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽຈັນ
#ຄລີນິກສັດຕະວະແພດລາວຫວຽດ #ຜ່າຕັດກະດູກ #ນ້ອງໝາ #ນ້ອງແມວ #ເຄສກະດູກ #ນະຄອນຫຼວງ #ຜ່າຕັດເຮັດໝັນ #ຜ່າຕັດຄົບວົງຈອນ